Welcome to Lao Bhudda vong home!!!!

Abhidham Lao
Luangpor Teean Jittasubho
Blank page
For Lao Reader
AJARN SUJIN
Dad & Abhidhamma
Buddha, Dhamma, Sankha
Tipitaka List
Tipitaka Sutta
Dhamma Dictionary
Visakha Day
For New Buddhist Monk
King's Words
For My Parents
About Me
MY Family
My Children Pictures
Favorite Links
Listen to Dhamma!!!
My Favorites Songs
Contact Me

Enter subhead content here

 

ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອຣຫັນຕສັມມາສັມພຸທທເຈ້າພຣະອງຄ໌ນັ້ນຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອຣຫັນຕສັມມາສັມພຸທທເຈ້າພຣະອງຄ໌ນັ້ນຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອຣຫັນຕສັມມາສັມພຸທທເຈ້າພຣະອງຄ໌ນັ້ນ

 

ະພິທັມ-ປຣມັຕຖທັມ ຄືທັມຊາຕິທີ່ເປັນຄວາມຈິງແທ້ແນ່ນອນ ທີ່ດຳຣົງລັກສນະ ສະເພາະຂອງຕົນໄວ້ໂດຍບໍ່ຜັນແປຣປ່ຽນແປງ ເປັນທັມທີ່ປຕິເສຄວາມເປັນ ສັຕວ໌ ຄວາມເປັນບຸຄຄົລ ຄວາມເປັນຕັວຕົນໂດຍສິ້ນເຊິງ ປຣມັຕຖທັມນີ້ເອິ້ນອີກ ຢ່າງຫນຶ່ງວ່າ ສພາວທັມ ປຣມັຕຖທັມ ຫຼື ສພາວທັມ ນີ້ມີ ປຣະການຄື :

 

. ຈິຕ

. ເຈຕສິກ

. ຣູປ

. ນິພພານ

 

ຊຶ່ງມີຄວາມຫມາຍໂດຍຍໍ້ດັງນີ້ :

 

ຈິ

ຄື ທັມຊາຕິທີ່ເຮັດຫນ້າທີ່ເຫັນ, ໄດ້ຢິນ, ຮັບກລິ່ນ, ຮັບຣົສ, ຣູ້ສັມຜັສຖູກຕ້ອງ ຕລອດ ຈົນ ທັມຊາຕິທີ່ເຮັດໃຫ້ເກິດການຄິດ ນຶກ ສພາວະຂອງຈິຕມີທັ້ງຫມົດ ໘໙ ຫຼື ໑໒໑ ຢ່າງ (ໂດຍພິສດາຣ) ແຕ່ເມື່ອເວົ້າໂດຍລັກສນະແລ້ວມີພຽງ ເທ່ານັ້ນ ຄື ຣູ້ອາຣົມນ໌ (ອາຣົມນ໌ໃນທີ່ນີ້ຫມາຍຖຶງ ຣູປ, ສຽງ, ກລິ່ນ, ຣົສ, ສິ່ງຕ່າງໆ, ເຣື່ອງຣາວຕ່າງໆ ທີ່ຈິຕໄປຮັບຣູ້)

 

ຈິຕເປັນນາມທັມ ແລະມີຊື່ເອິ້ນຫຼາຍຊື່ ເຊັ່ນ ວິຍານ, ມໂນ ມນັສ, ມນິນທຣີຢ໌, ມໂນທາຕຸ, ມໂນວິຍານທາຕຸ, ມນາຢຕນະ ເປັນຕົ້ນ

 

ເຈ

ຕສິກຄືທັມຊາຕິທີ່ປຣະກອບກັບຈິຕ ປຣຸງແຕ່ງຈິຕເຮັດໃຫ້ເກິດຄວາມຣູ້ສຶກ ນຶກຄິດທີ່ແຕກຕ່າງກັນ ທັ້ງທາງທີ່ດີແລະບໍ່ດີ ມີທັ້ງຫມົດ ໕໒ ລັກສນະ ເຈຕ ສິກເປັນນາມທັມທີ່ເກິດຮ່ວມກັບຈິຕ ຄືເກິດພ້ອມກັບຈິຕ ດັບພ້ອມກັບຈິຕ ຣູ້ອາຣົມນ໌ດຽວກັນກັບຈິຕ ແລະອາສັຢທີ່ເກິດທີ່ດຽວກັນກັບຈິຕ ສພາບຂອງຈິຕເປັນພຽງ ປຣະທານໃນການຣູ້ອາຣົມນ໌ ແຕ່ການທີ່ຈິຕໂກຣທ(ໂກດ) ຫຼືຈິຕໂລພ ເປັນເພາະມີເຈຕສິກ ເຂ້າປຣະກອບປຣຸງແຕ່ງໃຫ້ເກິດຄວາມໂກຣທ(ໂກດ) ຫຼືຄວາມໂລພນັ້ນເອງຈິຕ ປຽບ ສະເຫມືອນເມັດຢາ ເຈຕສິກປຽບສະເຫມືອນຕັວຢາທີ່ຢູ່ໃນເມັດຢາ ຈິຕເກິດໂດຍບໍ່ມີ ເຈຕສິກບໍ່ໄດ້ ແລະເຈຕສິກກໍເກິດໂດຍບໍ່ມີຈິຕບໍ່ໄດ້ເຊັ່ນກັນ

 

ຣູ

ຄື ທັມຊາຕິທີ່ແຕກດັບຍ່ອຍຍັບສລາຢໄປດ້ວຍຄວາມເຢັນແລະຄວາມຮ້ອນ ໃນ ຣ່າງກາຍຂອງຄົນເຮົາແລະສັຕວ໌ທັ້ງຫຼາຍນັ້ນມີຣູປປຣະຊຸມກັນຢູ່ທັ້ງຫມົດ ໒໘ ຊນິດ ແລະຣູປທີ່ປຣະຊຸມກັນຢູ່ນີ້ ແຕ່ລະຣູປຕ່າງກໍແຕກດັບຍ່ອຍຍັບສລາຢໄປຕລອດເວລາ ຫາຄວາມທຽງແທ້ຖາວອນບໍ່ໄດ້ເລຍ

 

ນິ

ພພານເປັນທັມຊາຕິທີ່ພົ້ນຈາກກິເລສເຄື່ອງຣ້ອຢຣັດ ພົ້ນຈາກການວຽນວ່າຍຕາຍເກິດ ນິພພານໂດຍປຣິຍາຍມີ ລັກສນະ ຄື :

 

 

. ສອຸປາທິເສສນິພພານ ຄື ນິພພານທີ່ຍັງເປັນໄປກັບຂັນທ໌ ຫມາຍຖຶງການທີ່ ປຣະຫານກິເລສໄດ້ຫມົດສິ້ນແລ້ວ (ກິເລສນິພພານ) ແຕ່ຂັນທ໌ (ຈິຕ ເຈຕສິກ ຣູປ) ຍັງມີ ການເກິດດັບສືບຕໍ່ຢູ່ (ຍັງມີຊີວິຕຢູ່)

 

. ອນຸປາທິເສສນິພພານ ຄື ນິພພານທີ່ປຣາສຈາກຂັນທ໌ ໄດ້ແກ່ນິພພານຂອງ ພຣະອຣຫັນຕ໌ (ຜູ້ຫມົດຈົດຈາກກິເລສ) ແລະສິ້ນຊີວິຕໄປແລ້ວ (ຄືກິເລສກໍບໍ່ເຫລືອ ຂັນທ໌ ກໍບໍ່ເຫລືອ) ຫຼືທີ່ເອິ້ນວ່າປຣິນິພພານ (ປຣິ = ທັ້ງຫມົດ) ເມື່ອປຣິນິພພານແລ້ວ ຈິຕ+ເຈຕສິກ ແລະຣູປຈະຫຍຸດການສືບຕໍ່ແລະດັບລົງໂດຍສິ້ນເຊິງ (ຄືເມື່ອປຣິນິພພານໄປແລ້ວກໍຈະບໍ່ ມີການເກິດອີກຫຼືບໍ່ມີ ມໍຣະດົກພົບຊາຕິຕໍ່ໄປອີກ)

 

ນິພພານ ເປັນຈຸດຫມາຍສູງສຸດໃນພຣະພຸທທສາສນາທີ່ພຸທທສາສນິກຊົນທັ້ງຫຼາຍຈະຕ້ອງ ພຍາ ຍາມເຂ້າຖຶງໃຫ້ຈົງໄດ້ຈຶງຈະໄດ້ຊື່ວ່າເປັນພຸທທສາວົກ ເປັນອຣິຢບຸຄຄົລ ແລະເປັນທາຢາທຜູ້ຮັບມໍ ຣະດົກທັມໃນພຸທທສາສນານີ້

 

ຄວາມຫມາຍຂອງ ບັນຍັຕິທັມ

 

ບັນຍັຕິທັມ ຄື ສິ່ງທີ່ມນຸສຢ໌ສົມມຸຕິຂຶ້ນຫຼືບັນຍັຕິຊື່ຂຶ້ນ ເພື່ອໃຫ້ເຂ້າໃຈຄວາມຫມາຍຊຶ່ງກັນ ແລະກັນ ເຊັ່ນ ຊື່ ນາຍ ນາງ ສີເຂີຢວ ສີແດງ ທິສເຫນືອ ທິສໃຕ້ ວັນຈັນທຣ໌ ວັນອັງຄາເດືອນ ເດືອນ ໑໐ ປີຊວດ ປີສລູ ເວລາເຊ້າ ເວລາເຢັນ ເວລາ ໒໔.໐໐ . ພົລເອກ ອທິບໍດີ ຣັຖມົນຕຣີ ບັຕຣ ໑໐໐ ກີບ ,໐໐໐ ກີບ ລ້ວນເປັນສິ່ງສົມມຸຕິທັ້ງນັ້ນ ສິ່ງເຫລ່ານີ້ທ່ານ ເອິ້ນວ່າ ບັນຍັຕິທັມ

 

ແມ້ແຕ່ສິ່ງທີ່ເອິ້ນວ່າ ຕົ້ນໄມ້ ພູເຂົາ ແມ່ນ້ຳ ຫນັງສື ປາກກາ ບ້ານ ໂຕ໊ະ ເກ້າອີ້ ພັດລົມ ຣົຖຍົນຕ໌ ຄົນ ແລະສັຕວ໌ ຯລຯ ທ່ານກໍຍັງຈັດວ່າເປັນບັນຍັຕິທັມ ເພາະຍັງຫນີບໍ່ພົ້ນ ເຣື່ອງຂອງການສົມມຸຕິ

 

ປຣມັຕຖທັມເປັນທັມທີ່ຢູ່ເຫນືອການສົມມຸຕິ

 

ຫາກເວົ້າໃນແງ່ຂອງປຣມັຕຖທັມ ຄື ທັມຊາຕິທີ່ມີຢູ່ຈິງຫຼືທັມຊາຕິທີ່ຢູ່ເຫນືອການສົມມຸຕິແລ້ວ ທິສເຫນືອ ທິສໃຕ້ ເວລາເຊ້າ ເວລາເຢັນ ເວລາ ໒໔.໐໐ . ຍົສຖາບັນດາສັກດິ໌ຕ່າງໆ ລ້ວນ ເປັນສິ່ງທີ່ບໍ່ມີຕັວຕົນ ບໍ່ມີສາຣະແກ່ນສາຣຫຍັງເລຍ ເປັນພຽງການສົມມຸຕິ ເປັນພຽງການ ອຸປໂລກນ໌ກັນຂຶ້ນມາເທ່ານັ້ນ ສ່ວນຕົ້ນໄມ້ ພູເຂົາ ແມ່ນ້ຳ ຫນັງສື ປາກກາ ພັດລົມ ແລະຣົຖຍົນຕ໌ຖຶງຈະມີຄວາມແຕກຕ່າງກັນໂດຍລັກສນະກໍຈິງຢູ່ ແຕ່ໂດຍສພາບຄວາມເປັນ ຈິງຕາມທັມຊາຕິ (ປຣມັຕຖທັມ) ແລ້ວ ສິ່ງເຫລ່ານີ້ເກິດຈາກການຮວມຕັວຂອງມຫາພູຕຣູປ ທັ້ງ (ດິນ ນ້ຳ ໄຟ ລົມ) ທີ່ປຣາສຈາກຈິຕ+ເຈຕສິກ ຈຶງເອິ້ນວ່າເປັນຣູປທັມເຫມືອນກັນທັ້ງ ຫມົດພຽງຢ່າງດຽວເທ່ານັ້ນ

 

ສ່ວນມນຸສຢ໌ແລະສັຕວ໌ທັ້ງຫຼາຍນັ້ນ ຫາກເວົ້າໃນແງ່ປຣມັຕຖທັມແລ້ວຖືວ່າບໍ່ມີຕັວຕົນ ບໍ່ມີ ນາຍ ບໍ່ມີນາງ ມີແຕ່ຣູປທັມ (ຣູປ) ແລະນາມທັມ (ຈິຕ+ເຈຕສິກ) ມາປຣະຊຸມກັນເທ່ານັ້ນ

 

ດັງນັ້ນບໍ່ວ່າຕັວເຮົາຫຼືຜູ້ອື່ນຮວມຖຶງສັຕວ໌ທັ້ງຫຼາຍດ້ວຍນັ້ນ ເມື່ອເວົ້າໃນແງ່ປຣມັຕຖທັມຫຼື ທາຕຸ ແທ້ຕາມທັມຊາຕິແລ້ວ ຈະມີສ່ວນປຣະກອບຢູ່ ສ່ວນເທ່ານັ້ນ ຄື :

 

. ຈິ ຄື ທັມຊາຕິທີ່ຮູ້ອາຣົມນ໌ ມີ ໘໙ ດວງໂດຍຍໍ່້ ຫຼື ໑໒໑ ດວງໂດຍພິສດາຣ

. ເຈຕສິກ ຄື ທັມຊາຕິທີ່ປຣະກອບປຣຸງແຕ່ງຈິຕມີ ໕໒ ລັກສນະ

. ຣູ ຄື ອງຄ໌ປຣະກອບ ໒໘ ຊນິດທີ່ຮວມກັນຂຶ້ນເປັນກາຍ

 

ຈະເຫັນໄດ້ວ່າ ຄົນເຮົາທຸກຄົນແລະສັຕວ໌ທັ້ງຫຼາຍນັ້ນມີສ່ວນປຣະກອບເຫມືອນກັນ ຄື ເຮົາກໍ ມີ ຈິຕ ເຈຕສິກ ຣູປ ເຂົາກໍມີ ຈິຕ ເຈຕສິກ ຣູປ ສັຕວ໌ທັ້ງຫຼາຍກໍມີ ຈິຕ ເຈຕສິກ ຣູປ ຈະມີຄວາມ ແຕກຕ່າງກັນກໍບ່ອນທີ່ຮູປຮ່າງຫນ້າຕາຜິວພັນ ຊຶ່ງຖູກຈຳແນກໃຫ້ແຕກຕ່າງກັນດ້ວຍ ອຳນາຈຂອງກັມທີ່ກຣະທຳໄວ້ໃນອດີຕ

 

ຈິຕ+ເຈຕສິກ ແລະຣູປ ມີລັກສນະສະເພາະຕາມທັມຊາຕິ (ສາມັຍລັກສນະ) ຢູ່ ປຣະການ ຄື :

 

.     ອນິຈຈລັກສນະ ຄື ມີລັກສນະທີ່ບໍ່ທຽງບໍ່ຄົງທີ່ ຕ້ອງປ່ຽນແປງຢູ່ຕລອດເວລາ

.     ທຸກຂລັກສນະ ຄື ມີລັກສນະທີ່ທົນຢູ່ໃນສພາບເດິມບໍ່ໄດ້ ເກິດຂຶ້ນແລ້ວຕ້ອງດັບໄປ ຢູ່ຕລອດເວລາ

.   ອນັຕຕ(ອະນັດຕະ)ລັກສນະ ຄື ມີລັກສນະທີ່ບໍ່ແມ່ນຕັວ ບໍ່ແມ່ນຕົນ ບໍ່ສາມາດບັງຄັບບັນ ຊາໄດ້ ສາມັຍລັກສນະທັ້ງ ນີ້ ເປັນສິ່ງຈິງແທ້ແນ່ນອນ ເປັນກົດທັມຊາຕິ ເອິ້ນວ່າ ໄຕຣລັກສນ໌

 

ໂດຍສຣຸປແລ້ວ ຈິຕ+ເຈຕສິກ ແລະຣູປ ທີ່ປຣະກອບຂຶ້ນເປັນບຸຄຄົລຫຼືເປັນສັຕວ໌ໃດໆ ກໍຕາມ ແທ້ຈິງແລ້ວບໍ່ໄດ້ມີແກ່ນສາຣະຫຍັງເລຍ ເປັນພຽງການປຣະຊຸມກັນຂອງສ່ວນປຣະກອບ ທີ່ມີຄວາມບໍ່ທຽງ ເກິດດັບ ເກິດດັບ ສືບຕໍ່ກັນຢ່າງຣວດເຣັວ (ຊັ່ວລັດນິ້ວມື ຈິຕມີການເກິດ ດັບແສນໂກຕິຂນະ ຫຼືຫນຶ່ງລ້ານລ້ານເທື່ອ) ເປັນສພາບທີ່ຫາເຈ້າຂອງບໍ່ໄດ້ ບໍ່ເປັນຂອງໃຜ ບໍ່ມີໃຜເປັນເຈ້າຂອງ ບໍ່ເປັນໄປຕາມຄວາມປຣາຖນາ ບໍ່ຂຶ້ນຕໍ່ການບັງຄັບບັນຊາຂອງຜູ້ໃດ ວ່າງເປົ່າຈາກຄວາມເປັນຄົນນັ້ນ ຄົນນີ້ ວ່າງເປົ່າຈາກຄວາມເປັນຕັວຕົນ ວ່າງເປົ່າຈາກ ຄວາມເປັນນັ່ນ ເປັນນີ່ ຕາມທີ່ສົມມຸຕິກັນຂຶ້ນມາ ແຕ່ເປັນສພາວທັມອັນເປັນໄປຕາມເຫຕຸ ຕາມປັຈຈັຢ ຂຶ້ນກັບເຫຕຸ ຂຶ້ນກັບປັຈຈັຢ ພຣະພຸທທເຈ້າຈະອຸບັຕິຂຶ້ນຫຼືບໍ່ກໍຕາມ ປຣມັຕຖທັມ ເຫລ່ານີ້ກໍຄົງມີຢູ່ຕາມທັມຊາຕິ ພຣະພຸທທອງຄ໌ເປັນແຕ່ພຽງຜູ້ຊົງຄ້ນພົບ ແລະນຳມາເປິດ ເຜຢໃຫ້ເຮົາທັ້ງຫຼາຍໄດ້ຮູ້ເທ່ານັ້ນ

 

ການສວດພຣະອະພິທັມໃນງານສົພ(ເຮືອນດີ)

 

ທຸກທ່ານຄົງຈະພົບຄຳວ່າສວດພຣະອະພິທັມ ຫຼືຕັ້ງສົພສວດພຣະອະພິທັມໃນບັຕຣເຊີນ ຫຼື ໃນຫນ້າຫນັງສືພິມພ໌ ເພື່ອເຊີນໄປຮ່ວມງານບຳເພັນກຸສົລ ແດ່ທ່ານຜູ້ວາຢຊົນມ໌ຢູ່ເລື້ອຍໆ ທີ່ວ່າສວດພຣະອະພິທັມນັ້ນ ເມື່ອທ່ານອ່ານມາຖຶງບ່ອນນີ້ ຍ່ອມຮູ້ດີແລ້ວວ່າ ຫມາຍຖຶງຫຍັງ

 

ຕາມຫລັກຖານຂອງທ່ານຜູ້ຣູ້ເວົ້າວ່າ ມີການນຳເອົາພຣະອະພິທັມມາສວດໃນພິທີສົພຂອງ ພຸທທສາສນິກຊົນຊາວພຸທຕັ້ງແຕ່ສມັຢໂບຮານ ແລະທ່ານໄດ້ໃຫ້ຄວາມເຫັນໄວ້ວ່າການບຳ ເພັນກຸສົລໃນງານສົພ ເພື່ອອຸທິສໃຫ້ຜູ້ວາຢຊົນມ໌ນັ້ນ ເປັນເຣື່ອງກ່ຽວກັບຄວາມຣັກຄວາມ ກຕັຍຍູຕໍ່ຜູ້ວາຢຊົນມ໌ຊຶ່ງຈາກໄປບໍ່ມີວັນກລັບ ການທີ່ພຸທທສາສນິກຊົນຊາວພຸທນຳເອົາ ຄັມພີຣ໌ພຣະອະພິທັມເຂ້າມາກ່ຽວຂ້ອງກັບປຣະເພນີນີ້ນັ້ນ ຕາມຂໍ້ສັນນິສຖານຄົງຈະເກິດ ຈາກເຫຕຸຜົລປຣະການຕ່າງ ດັງນີ້

 

ປຣະການທຳອິດ ເປັນເພາະພຣະອະພິທັມບໍ່ເວົ້າຖຶງສັຕວ໌ ບໍ່ເວົ້າຖຶງບຸຄຄົລ ບໍ່ມີຕັວຕົນ ເຮົາ ເຂົາ ແຕ່ຊົງຈຳແນກທັມອອກເປັນກຸສົລ ອກຸສົລ ແລະອັພຢາກຣຶຕ (ທັມທີ່ບໍ່ແມ່ນກຸສົລ ແລະບໍ່ ແມ່ນອກຸສົລ) ຊົງກຣະຈາຢສຣີຣະກາຍ ຊຶ່ງເປັນກລຸ່ມກ້ອນອອກເປັນຂັນທ໌ ແນ່ ອາຢຕນະ ໑໒ ແນ່ ທາຕຸ ໑໘ ແນ່ ອິນທຣີຢ໌ ໒໒ ແນ່ ອັນເປັນໄປຕາມເຫຕຸ ຕາມປັຈຈັຢ ຊຶ່ງຕ້ອງມີເສື່ອມ ສລາຢໄປຕາມສພາວະ ບໍ່ສາມາດຕັ້ງຢູ່ໄດ້ຕລອດໄປ ການໄດ້ຟັງພຣະອະພິທັມ ຈະເຮັດໃຫ້ ຜູ້ຟັງນ້ອມນຳມາປຽບທຽບກັບການຈາກໄປຂອງຜູ້ວາຢຊົນມ໌ ເຮັດໃຫ້ເຫັນສັຈຈທັມທີ່ແທ້ຈິງ ຂອງຊີວິຕ ທ່ານໂບຣານບັນທິຕຄົງຈະເຫັນວ່າໃນງານເຊັ່ນນີ້ເປັນໂອກາສອັນດີທີ່ທ່ານຜູ້ຟັງ ແລະທ່ານຜູ້ຮ່ວມບຳເພັນກຸສົລ ໃນງານສົພຈະສາມາດພິຈາຣນາເຫັນຄວາມຈິງຂອງຊີວິຕ ໄດ້ງ່າຢ ຈຶງໄດ້ນຳເອົາພຣະອະພິທັມ ມາສະແດງໃຫ້ຟັງ

 

ອີກປຣະການຫນຶ່ງເພາະເຫັນວ່າ ໃນການຕອບແທນພຣະຄນພຸທທມາຣດາຂອງພຣະສັມ ມາສັມພຸທທເຈ້ານັ້ນ ທ່ານໄດ້ເສດັຈຂຶ້ນໄປຊົງສະແດງພຣະອະພິທັມເທສນາເຖິງສຫວັນ໌ຊັ້ນ ດາວດຶງສ໌ ເພື່ອໂປຣດພຸທທມາຣດາຊຶ່ງສິ້ນພຣະຊົນມ໌ໄປແລ້ວ ດັງນັ້ນເມື່ອບຸພພກາຣີອັນໄດ້ ແກ່ມາຣດາ ບິດາ ຖຶງແກ່ກັມລົງ ທ່ານຜູ້ເປັນບັນທິຕຈຶງໄດ້ ນຳເອົາພຣະອະພິທັມເຂ້າມາກ່ຽວ ຂ້ອງໃນການບຳເພັນກຸສົລໃຫ້ແກ່ຜູ້ວາຢຊົນມ໌ ໂດຍຖືວ່າເປັນການສນອງພຣະຄຸນມາຣດາ ບິດາ ຕາມແບບຢ່າງພຣະຈຣິຢວັຕຣຂອງພຣະສັມມາສັມພຸທທເຈ້າ ຕໍ່ມາແມ້ວ່າທ່ານຜູ້ວາຢ ຊົນມ໌ຈະບໍ່ແມ່ນ ມາຣດາ ບິດາ ກໍຕາມ ແຕ່ການນຳເອົາພຣະອະພິທັມມາສະແດງໃນງານ ສົພກໍຖືເປັນປຣະເພນີ ໄປແລ້ວ

 

ປຣະການ ສຸດທ້າຍເພາະເຊື່ອວ່າພຣະອະພິທັມເປັນຄຳສອນຂັ້ນສູງທີ່ມີເນື້ອຫາລະອຽດລຶກ ຊຶ້ງ ກ່ຽວກັບປຣມັຕຖທັມ ປຣະການ ຫາກນຳມາສະແດງໃນງານບຳເພັນກຸສົລໃຫ້ແກ່ ຜູ້ວາຢຊົນມ໌ແລ້ວ ຜູ້ວາຢຊົນມ໌ຈະໄດ້ບູນຫລາຍ

 

ການສວດພຣະອະພິທັມກໍຄືການນຳເອົາຄຳບາລີ ຂຶ້ນຕົ້ນສັ້ນໆ ໃນແຕ່ລະຄັມພີຣ໌ຂອງ ພຣະອະພິທັມ ຄັມພີຣ໌ມາຣຽງຕໍ່ກັນ ການສວດພຣະອະພິທັມນີ້ ບາງທີເອິ້ນວ່າສວດມາຕິກາ ຖ້າເປັນງານພຣະສົພບຸຄຄົລສຳຄັໃນຣາຊວງສ໌ເອິ້ນວ່າພິທີສດັບ ປກຣນ໌ ຊຶ່ງພ້ຽນມາຈາກ ຄຳວ່າ ສັຕຕປກຣນ໌ ອັນຫມາຍ ຖຶງ ພຣະອະພິທັມ ຄັມພີຣ໌ນັ່ນເອງ (ສັຕຕ = ເຈັດ, ປກຣນ໌ = ຄັມພີຣ໌, ຕຳຣາ)

 

ຕໍ່ມາພາຢຫລັງມີຜູ້ຣູ້ໄດ້ນຳເອົາຄາຖາໃນພຣະອພິທັມມັຕຖສັງຄຫະ ຂອງພຣະອນຸຣຸທທາ ຈາຣຢ໌ມາສວດເປັນທຳນອງສຣພັຍຍະ (ຄືການສວດເປັນຈັງຫວະສັ້ນ-ຢາວ) ເອິ້ນວ່າສວດ ສັງຄຫະ ໂດຍນຳເອົາຄຳບາລີໃນຕອນຕົ້ນແລະຕອນທ້າຍຂອງແຕ່ລະປຣິຈເສທ ຊຶ່ງມີທັ້ງ ຫມົດ ປຣິຈເສທ ມາຣຽງຕໍ່ກັນເປັນບົດສວດ

 

………ດ້ວຍຄວາມປຣາຖນາດີຂໍໃຫ້ຈະເຣີນໃນທັມໄພທູນ ອິນທວົງສ໌

 

 

 

 

Enter supporting content here