Welcome to Lao Bhudda vong home!!!!

Visakha Day

Luangpor Teean Jittasubho
Blank page
For Lao Reader
AJARN SUJIN
Dad & Abhidhamma
Buddha, Dhamma, Sankha
Tipitaka List
Tipitaka Sutta
Dhamma Dictionary
Visakha Day
For New Buddhist Monk
King's Words
For My Parents
About Me
MY Family
My Children Pictures
Favorite Links
Listen to Dhamma!!!
My Favorites Songs
Contact Me

ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອຣຫັນຕສັມມາສັມພຸທທເຈ້າພຣະອງຄ໌ນັ້ນ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອຣຫັນຕສັມມາສັມພຸທທເຈ້າພຣະອງຄ໌ນັ້ນ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄອຣຫັນຕສັມມາສັມພຸທທເຈ້າພຣະອງຄ໌ນັ້ນ

ວັນວິສາຂບູຊາ

 

ັນວິສາຂບູຊາ ຫມາຍເຖິ່ງ ການບູຊາໃນວັນເພັນເດືອນວິສາຂະຫຼືເດືອນ ເນື່ອງໃນໂອກາສ ຄລ້າຢວັນທີ່ພຣະພຸທທເຈົ້າ ປຣະສູຕິ - ຕຣັສຣູ້ - ແລະສເດັຈດັບຂັນທປຣິນິພພານ ຄວາມສຳ ຄັນ ພຣະພຸທທເຈົ້າປຣະສູຕິ ຕຣັສຣູ້ ແລະສເດັຈດັບຂັນທປຣິນິພພານວຽນມາບັນຈົບໃນ ວັນແລະເດືອນດຽວກັນ ຄື ວັນເພັນເດືອນວິສາຂະ ຈຶງຖືວ່າເປັນວັນທີ່ສຳຄັນຂອງພຣະພຸທທເຈົ້າ ຫລັກທັມອັນກ່ຽວເນື່ອງຈາກການປຣະສູຕິ ຕຣັສຣູ້ແລະສເດັຈດັບຂັນທປຣິນິພພານ ຄື ຄວາມກຕັນຍູ ອຣິຢສັຈ ໔ ແລະ ຄວາມບໍ່ປຣະມາທ ປຣະວັຕິຄວາມເປັນມາ

 

.

 ສ່ວນທີ່ກ່ຽວກັບພຣະພຸທທເຈົ້າ ວັນວິສາຂບູຊາເປັນວັນສຳຄັນທີ່ສຸດຂອງພຣະພຸທທສາສນາ ເນື່ອງຈາກມີເຫຕຸກາຣນ໌ສຳຄັນກ່ຽວກັບພຣະສັມມາສັມພຸທທເຈົ້າ ຢ່າງ ເກິດຂຶ້ນໃນວັນດຽວ ກັນຄື ປຣະສູຕິ ຕຣັສຣູ້ທັມ ແລະປຣິນິພພານ ວັນວິສາຂບູຊາຕຣງກັບວັນເພັນຂຶ້ນ ໑໕ ຄ່ຳ ເດືອນ

 

າວພຸທທສາສນິກຊນທັ່ວໂລກຕ່າງໃຫ້ຄວາມສຳຄັນກັບວັນວິສາຂບູຊານີ້ ແລະເມື່ອວັນທີ່ ໑໓ ທັນວາ ພຸທທສັກຣາຊ ໒໕໔໒ ສຫປຣະຊາຊາຕິໄດ້ຍອມຮັບຍັຕຕິທີ່ປຣະຊຸມ ກຳຫນົດໃຫ້ວັນວິສາຂບູຊາ ເປັນວັນສຳຄັນຂອງໂລກ ແລະເປັນມື້ຫຢຸດມື້ຫນຶ່ງຂອງສຫປຣະຊາຊາຕິ ເພື່ອໃຫ້ຊາວພຸທທທັ່ວໂລກໄດ້ ມີໂອກາສບຳເພັນບູນເນື່ອງໃນວັນປຣະສູຕິ ຕຣັສຣູ້ ແລະປຣິນິພພານຂອງພຣະບໍຣົມສາສດາ ເຈົ້າຊາຍ ສິທທັຕຖະ ປຣະສູຕິເມື່ອ ໒໖໐໐ ກວ່າປີ ລ່ວງມາແລ້ວ ພຣະບິດາພຣະນາມວ່າພຣະເຈົ້າສຸທໂທທນະ ພຣະມາຣດາພຣະນາມວ່າພຣະນາງສິຣິມຫາມາຢາ ກ່ອນທີ່ພຣະອງຄ໌ຈະຕຣັສຣູ້ເປັນພຣະສັມມາສັມ ພຸທທເຈົ້າ ພຣະອງຄ໌ເປັນເຈົ້າຊາຍໃນຣາຊສກຸລໂຄຕມະ ແຫ່ງເມືອງກບິລພັສດຸ໌ຊຶ່ງຕັ້ງຢູ່ທາງຕອນເຫນືອ ຂອງປຣະເທສອິນເດີຢ ຄຳວ່າ 'ພຸທທ' ຫຼື 'ພຸທທິ' ໃນພາສາບາລີແລະສັນສກຣຶຕມຄວາມຫມາຍເຫມືອນ ກັນ ແປລວ່າ ປັນຍາ ຫຼື ການຕຣັສຣູ້ ຈາກຄຳສອນໃນພຣະໄຕຣປິດກເວົ້າໄວ້ວ່າ ພຣະພຸທທເຈົ້າຄືຜູ້ທີ່ ຕຣັສຣູ້ເອງໂດຍຊອບ ທຣົງເປັນຜູ້ຮູ້ສັຈຈທັມ ແລະທຣົງມີພຣະຍານທັສນະກວ້າງໄກລທີ່ພຣະອງຄ໌ທຣົງ ຮູ້ເຫັນກຳເນິດ ແລະຄວາມເປັນໄປຂອງສັຕວ໌ໂລກຕລອດພົພສາມ ມີພຣະພຸທທເຈົ້ານັບບໍ່ຖ້ວນພຣະ ອງຄ໌ໄດອຸບັຕິຂຶ້ນໃນໂລກນີ້ ເມື່ອແຕ່ລະພຣະອງຄ໌ຕຣັສຣູ້ທັມອັນປຣະເສຣິຖແລ້ວ ທຣົງສັ່ງສອນທັມະ ເພື່ອໃຫ້ຊາວໂລກພົ້ນຈາກວັຕສົງສາຣດ້ວຍມຫາກຣຸນາ ຈາກພຣະໄຕຣປິດົກ "ອປທານສູຕຣ ແລະພຸທທ ວົງສ໌" ເວົ້າເຖິ່ງການສ້າງບາຣມີຂອງພຣະພຸທທເຈົ້າແຕ່ລະພຣະອງຄ໌ ນານນັບອສົງໄຂຢກວ່າທີ່ຈະ ບັນລຸພຣະສັມມາສັມໂພທິຍານ ແມ້ໃນຂຸທທກນິກາຢ ຊາດົກ ໄດ້ເລົ່າການສ້າງບາຣມີເຖິ່ງ ໕໔໗ ຊາຕິ ຂອງພຣະໂພທິສັຕວ໌ທີ່ບຳເພັນບາຣມີ ໑໐ ທັສ ມາຕລອດກວ່າຈະໄດ້ຕຣັສຣູ້ເປັນພຣະສັມມາສັມພຸທທ ເຈົ້າໃນພຣະຊາຕິສຸດທ້າຍ ເຈົ້າຊາຍສິທທັຕຖະ ທຣົງເປັນຜູ້ມີບູນທີ່ພຽບພ້ອມດ້ວຍສຕິປັນຍາ ແລະ ຄວາມເມຕຕາ ຫລັງຈາກເຈົ້າຊາຍສິທທັຕຖະປຣະສູຕິໄດ້ພຽງ ມື້ ພຣະມາຣດາກໍສວຣຣຄົຕ ພຣະນ້ານາງຄືພຣະນາງປຊາບໍດີໂຄຕມີ ເປັນຜູ້ບຳຣຸງລ້ຽງຮັກສາ ຫລັງຈາກປຣະສູຕິໄດ້ບໍ່ນານ ພຣະບິດາໄດ້ອັນເຊີນອະສິຕດາບົສມາທຳນາຍອນາຄົຕຂອງເຈົ້າຊາຍສິທທັຕຖະ ອະສິຕດາບົສ ສະແດງອາການປຣະຫລາດຕໍ່ຫນ້າພຣະທີ່ນັ່ງຄື ຫັວເຣາະແລະຣ້ອງໄຫ້ ຫັວເຣາະເພຣາະດີໃຈທີ່ໄດ້ເຫັນ ເຈົ້າຊາຍສິທທຕຖະ ແລະໄດ້ທຳນາຍວ່າເຈົ້າຊາຍຈະຕຣັສຣູ້ທັມເປັນພຣະສັມມາສັມພຸທທເຈົ້າຢ່າງ ແນ່ນອນ ແຕ່ຣ້ອງໄຫ້ເພຣາະອະສິຕດາບົສນັ້ນຈະມີອາຍຸບໍ່ຍືນຍາວທັນຮັບຟັງຄຳສອນຂອງພຣະພຸທທ ເຈົ້າພຣະອງຄ໌ນີ້ ຄຳທຳນາຍນີ້ໄດ້ຮັບການຢືນຢັນຈາກ ໂກນທັຍຍະ ຊຶ່ງເປັນດາບົສອີກທ່ານຫນຶ່ງທີ່ທຳ ນາຍວ່າ ເຈົ້າຊາຍສິທທັຕຖະຈະສລະຣາຊສົມບັຕິ ເມື່ອຜນວຊແລ້ວຈະບັນລຸທັມເປັນພຣະສັມມາສັມ ພຸທທເຈົ້າ

 

ສ່ວນດາບົສອື່ນ ລ້ວນທຳນາຍວ່າ ຖ້າເຈົ້າຊາຍສິທທັຕຖະບໍ່ທຣົງຜນວຊ ຈະໄດ້ເປັນພຣະເຈົ້າຈັກຣ ພຣຣດິ໌ ຄຳທຳນາຍດັງກລ່າວສ້າງຄວາມຫນັກພຣະທັຢແກ່ພຣະເຈົ້າສຸທໂທທນະເປັນຢ່າງຢິ່ງ ພຣະອງຄ໌ ທຣົງປຣາຣຖນາຈະໃຫ້ເຈົ້າຊາຍສິທທັຕຖະປົກຄອງແວ່ນແຄວ້ນສືບທອດຣາຊບັລລັງກ໌ຕໍ່ຈາກພຣະອງຄ໌ ແລະເປັນພຣະເຈົ້າຈັກຣພຣຣດິ໌ ຈຶງທຣົງປ້ອງກັນເຈົ້າຊາຍສິທທັຕຖະບໍ່ໃຫ້ເຫັນຄວາມທຸກຂ໌ທໍຣມານ ຄວາມເຈັບປວດຕ່າງ ທີ່ຈະເຮັດໃຫ້ເຈົ້າຊາຍສິທທັຕຖະທຣົງຮູ້ສຶກເບື່ອຫນ່າຢ ແລະຢາກອອກບວຊ

 

ດ້ວຍເຫຕຸນີ້ພຣະເຈົ້າສຸທໂທທນະ ຈຶງທຣົງມີພຣະບັຍຊາໃຫ້ເຫລົ່າອຳມາຕຢ໌ເສນາບໍດີ ຊ່ວຢກັນສ້າງປຣາ ສາທສາມຣຶດູແກ່ເຈົ້າຊາຍ ປຣາສາທແຕ່ລະແຫ່ງແວດລ້ອມດ້ວຍເຫລົ່າສນົມກຳນັລທີ່ສວຢງາມ ຊີວິຕ ຂອງເຈົ້າຊາຍສິທທັຕຖະກ່ອນທຣົງອອກຜນວຊ ຈຶງເປັນຊີວິຕທີ່ພຽບພ້ອມດ້ວຍ ຣູປສົມບັຕິ ແລະທຣັພຢ໌ ສົມບັຕິຢ່າງແທ້ຈິງ. ເມື່ອເຈົ້າຊາຍທຣົງພຣະຊົນມາຢຸໄດ້ ໒໙ ພັນສາ ພຣະມເຫສີຄືພຣະນາງຢໂສທຣາ ພິມພາປຣະສູຕິພຣະໂອຣົສ ພຣະນາມວ່າ ຣາຫຸລ ວັນຫນຶ່ງເຈົ້າຊາຍສິທທັຕຖະໄດ້ທຣົງຣົຖມ້າປຣະພາສ ສວນນອກເມືອງ ທຣົງເຫັນຄົນແກ່ ຄົນປ່ວຢ ຄົນຕາຍ ແລະນັກບວຊ ພາຄົນແກ່ ຄົນປ່ວຢ ແລະຄົນ ຕາຍເຮັດໃຫ້ພຣະອງຄ໌ນຶກເຖິ່ງຄວາມທຸກຂ໌ ແລະຄວາມບໍ່ທ່ຽງແທ້ຂອງສັງຂາຣມນຸສຢ໌ ຕໍ່ມາເຈົ້າຊາຍສິທ ທັຕຖະຈຶງທຣົງອອກຈາກວັງ ຖືເພສເປັນນັກບວຊທ່ຽວພິກຂາຈາຣໄປເພື່ອແສວງຫາໂມກຂທັມ ວັນເພັນ ຂຶ້ນ ໑໕ ຄ່ຳ ເດືອນ ເມື່ອມີພຣະຊົນມາຢຸໄດ້ ໓໕ ພັນສາ ເຈົ້າຊາຍສິທທັຕຖະໄດ້ຕຣັສຣູ້ທັມ ທີ່ ໃຕ້ກ້ອງ ຕ້ນພຣະສຣີມຫາໂພທິ໌ ຣິມຝັ່ງແມ່ນ້ຳເນຣັຊຣາ ເປັນພຣະສັມມາສັມພຸທທເຈົ້າ ກ່ອນທີ່ຈະບັນລຸທັມ ເຈົ້າຊາຍສິທທັຕຖະໄດ້ແສວງຫາຜູ້ສອນວິທີຫລຸດພົ້ນແກ່ພຣະອງຄ໌ ຄົນຄື ອາລາຣດາບົສ ແລະອຸທກ ດາບົສ ຊຶ່ງທັ້ງສອງນີ້ສອນພຣະອງຄ໌ໃຫ້ໄດ້ານຊັ້ນສູງ ແຕ່ບໍ່ບັນລຸທັມ ເມື່ອພຣະອງຄ໌ບັນລຸທັມເປັນ ພຣະສັມມາສັມພຸທທເຈົ້າແລ້ວ ທຣົງປຣະກາສທັມ ເຜຢແຜ່ຄຳສອນທີ່ສາມາດເຮັດໃຫ້ຜູ້ປຕິບັຕິຕາມພົ້ນ ທຸກຂ໌ຕາມພຣະອງຄ໌ໄປໄດ້ ພຣະພຸທທອງຄ໌ ທຣົງເຜຢແຜ່ພຣະພຸທທສາສນາເປັນເວລາ ໔໕ ປີ ທຣົງວາງ ຮາກຖານພຣະພຸທທສາສນາ ແລະມີພຸທທສາສນິກຊົນຈຳນວນຫລາຍ ທີ່ປຕິບັຕິຕາມຄຳສອນຂອງ ພຣະອງຄ໌ ຊຶ່ງໃນສມັຢນັ້ນມີຕັ້ງແຕ່ ກສັຕຣິຢ໌ ເຈົ້າຊາຍ ພໍ່ຄ້າ ແມ່ຄ້າ ພຣາຫມນ໌ ເສຣສຖີ ຢາຈົກເຂັນໃຈ ແລະຊົນທຸກຊັ້ນໃນສັງຄົມ

 

.

 ການຖືປຕິບັຕິວັນວິສາຂບູຊາໃນປຣະເທສລາວ ການປຣະກອບພິທີວິສາຂບູຊາໃນເມືອງລາວ ເຣິ່ມເຮັດມາແຕ່ສມັຢໂບຮານີ ຊຶ່ງສັນນິສຖານວ່າ ນ່າຈະໄດ້ຮັບແບບຢ່າງມາຈາກລັງກາ-ຄື ເມື່ອ ພຣະເຈົ້າໄຊຍະເສຖທິຣາຊ ກສັຕຣິຢ໌ໄດ້ປຣະກອບພິທີສາຂາບູຊາຍ່າງມໂຫລາຣ ເພື່ອຖວາຢເປັນພຸທທ ບູຊາ ໃນຣັຊກາລຕໍ່ ມາ ກໍທຣົງດຳເນິນຮອຍຕາມ ຈົນເຖິ່ງປັຈຈຸບັນກໍຢັງຖືປຕິບັຕິ "ເມື່ອເຖິ່ງວັນວິສາ ຂບູຊາ ປຣະຊາຊົນຊາວໂບຮານ ທັ່ວທຸກຫມູ່ບ້ານທຸກເມືອງ ແລະທຸກໆ ແຂວງຕ່າງຊ່ວຢກັນເຮັດ ຄວາມສະອາດ ປຣະດັບຕກແຕ່ງບ້ານເຮືອນເປັນການພິເສສດ້ວຍດອກໄມ້ຂອງຫອມຈຸດປຣະທີປໂຄມ ໄຟ ສວ່າງໄສວໄປທັ່ວເມືອງ ເປັນການບູຊາພຣະຣັຕນຕຣັຢເປັນເວລາ ໓ ວັນ ໓ ຄືນ ພຣະມຫາ ກສັຕຣິຢ໌ແລະພຣະບໍຣົມວົງສານຸວົງສ໌ ກໍທຣົງສີລ ແລະທຣົງບຳເພັນພຣະຣາຊກຸສລຕ່າງ ຕອນຄຳ່ກໍ ເດັຈພຣະຣາຊດຳເນິນພ້ອມດ້ວຍພຣະບໍຣົມ-ວົງສານຸວົງສ໌ ພຣະສົງຄ໌ ອົງຄ໌ເນຣ ພ້ອມທັງເສນາ ອາມານ ປຣະຊົນຊົນ ພໍ່ຄ້າ ຊາວຄ້າ ຕລອດຈົນຂ້າຣາຊການທັ້ງຝ່າຢຫນ້າຝ່າຢໃນ ສເດັຈໄປຢັງພຣະ ອາຣາມຫລວງ ຫຼືພຣະທາຕຸຫລວງວຽງຈັນທຣ໌ເພື່ອທຣົງວຽນທຽນຮອບພຣະປຣະທານ

 

າວໂບຮານຕ່າງຊວນກັນຮັກສາສີລ ຟັງພຣະເທສນາ ຖວາຢສັງຄທານ ຖວາຢອາຫາຣແດ່ ພຣະພິກສຸສາມເນຣ ບຣິຈາຄທຣັພຢ໌ ແຈກເປັນທານແກ່ຄົນຍາກຈົນ ຄົນກຳພຣ້າ ຄົນອນາຖາ ຄົນແກ່ແລະຄົນພິການບາງພວກກໍຊັກຊວນກັນສລະທຣັພຢ໌ຊື້ສັຕວ໌ ເທົ້າ ເທົ້າ ແລະ ເຕົ່າ ເພື່ອໄຖ່ ຊີວິຕສັຕວ໌ໃຫ້ເປັນອິສຣະໂດຍເຊື່ອວ່າຈະເຮັດໃຫ້ຕົນມີອາຍຸຍືນຍາວຕໍ່ໄປ ເປັນຫນທາງເຈຣິຍອາຍຸແລະ ຢູ່ເຢັນເປັນສຸຂປຣາສຈາກທຸກຂ໌ໂສກ ໂຣຄພັຢ ແລະອຸປັທວະອັນຕຣາຢຕ່າງ ໂດຍທັ່ວກັນ "

 

 

ສະ

ນັ້ນການປຣະກອບພິທີໃນວັນວິສາຂບູຊາໃນປຣະເທສອະເມຣິກາສຳຫລັບຄົນລາວຊາວພຸທແລ້ວ ຄວນໄດ້ຮື້ຟື້ນໃຫ້ມີຂຶ້ນອີກໃຫມ່ ເພື່ອເຮັດເພື່ອປຕິບັຕິໃຫ້ເປັນແບບຢ່າງຕໍ່ຄົນຣຸ່ນຫລັງ ຜູ້ຈັດທຳເອງ ຂໍຊັກຊວນອວນພີ່ນ້ອງຊາວພຸທທັ້ງຫລາຍ ໃຫ້ຂໍຫຍຸດການງານເພື່ອເຮັດຄວາມສະອາດ ຫອ້ງພຣະ ຮັກສາສິລ ໄປວັດເພື່ອຖວາຍທານ ຟັງທັມທີ່ວັດ ຫລືທີບ້ານ

 

ສ່ວນຫລັກທັມທີ່ຄວປຕິບັຕິ :

 

.

 ຄວາມກຕັນຍູ ຄື ຄວາມຮູ້ອຸປການຄຸນທີ່ມີຜູ້ເຮັດໄວ້ກ່ອນເປັນຄຸນທັມ ຄູ່ກັບ ຄວາມກຕເວທີ ຄື ການຕອບແທນອຸປກາຣະຄຸນທີ່ຜູ້ອື່ນເຮັດໄວ້ນັ້ນຜູ້ທີ່ເຮັດອຸປການຣຄຸນກ່ອນເອິ້ນ ວ່າ ບຸພກາຣີ ຂໍຍົກມາເວົ້າໃນທີ່ນີ້ຄື ບິດາມາຣດາ ແລະຄຣູອາຈາຣຢ໌ ບິດາມາຣດາ ມີອຸປກາຣະຄຸນແກ່ບຸຕຣ ທິດາ ໃນຖານະເປັນຜູ້ໃຫ້ກຳເນິດແລະລ້ຽງດູຈົນເຕິບໃຫຍ່ ໃຫ້ການສຶກສາ ອົບຣົມສັ່ງສອນ ໃຫ້ລະເວ້ນຈາກ ຄວາມຊັ່ວ ມັ່ນຄົງໃນການເຮັດຄວາມດີ ເມື່ອເຖິ່ງຄຣາວມີຄູ່ຄອງໄດ້ຈັດຫາຄູ່ທີ່ເຫມາະສົມໃຫ້ແລະມອບ ທຣັພຢ໌ສົມບັຕິໃຫ້ໄວ້ເປັນມໍຣດົກ ບຸຕຣ ທິດາ ເມື່ອຮູ້ອຸປກາຣະຄຸນທີ່ບິດາມາຣດາເຮັດໄວ້ຍ່ອມຕອບແທນ ດ້ວຍການປຣະພຶດຕັວດີ ສ້າງຊື່ສຽງໃຫ້ແກ່ວົງສ໌ຕຣະກູລ ລ້ຽງດູທ່ານ ແລະຊ່ວຢເຮັດງານຂອງທ່ານ ແລະເມື່ອລ່ວງລັບໄປແລ້ວກໍເຮັດບູນອຸທິສສ່ວນກຸສລໃຫ້ທ່ານ ຄຣູອາຈາຣຢ໌ ມີອຸປກາຣະຄຸນແກ່ສິຢ໌ໃນ ຖານະເປັນຜູ້ປຣະສາທຄວາມຮູ້ໃຫ້ ຝຶກຝົນແນະນຳໃຫ້ເປັນຄົນດີສອນສິລປວິທຢາໃຫ້ຢ່າງບໍ່ປິດບັງ ຍົກຍ່ອງໃຫ້ປຣາກົດແກ່ຄົນອື່ນແລະຊ່ວຢຄົຸ້ມຄອງສິຢ໌ທັ້ງຫລາຢ ສິຢ໌ເມື່ອຮູ້ອຸປກາຣຄຸນທີ່ຄຣູ ອາຈາຣຢ໌ເຮັດໄວ້ຍ່ອມຕອບແທນດ້ວຍການຕັ້ງໃຈຈະເຣີນ ໃຫ້ກຽດຕິ ແລະໃຫ້ຄວາມເຄາຣົພບໍ່ລ່ວງ ລະເມິດໂອວາທຂອງຄຣູ ຄວາມກຕັນຍູແລະຄວາມກຕເວທີນີ້ຖືວ່າເປັນເຄື່ອງຫມາຍຂອງຄົນດີສົ່ງຜົລ ໃຫ້ຄອບຄົວແລະສັງຄົມມີຄວາມສຸຂໄດ້ ເພຣາະບິດາມາຣດາຈະຮູ້ຈັກຫນ້າທີ່ຂອງຕົນເອງດ້ວຍການ ເຮັດອຸປການຄຸນໃຫ້ກ່ອນ ແລະບຸຕຣ ທິດາ ກໍຈະຮູ້ຈັກ ຫນ້າທີ່ຂອງຕົນເອງດ້ວຍການເຮັດດີຕອບແທນ ສຳຫຣັບຄຣູອາຈາຣຢ໌ກໍຈະຮູ້ຈັກຫນ້າທີ່ຂອງຕົນເອງດ້ວຍການເຮັດອຸປກາຣຄຸນ ຄື ສອນສິລປວິທາ ຢ່າງເຕັມທີ່ແລະສິດຢ໌ກໍຈະຮູ້ຈັກຫນ້າທີ່ຂອງຕົນເອງ ດ້ວຍການຕັ້ງໃຈຈະເຣີນ ແລະໃຫ້ຄວາມເຄາຣົພ ເປັນການຕອບແທນ ນອກຈາກຈະໃຊ້ໃນກໍຣນີຂອງບິດາມາຣດາກັບບຸຕຣທິດາ ແລະຄຣູອາຈາຣຢ໌ກັບ ສິດຢ໌ແລ້ວ ຄຸນທັມຂ້ອນີ້ກໍສາມາດນຳໄປໃຊ້ໄດ້ແມ້ຣະຫວ່າງ ພຣະມຫາກສັຕຣິຢ໌ປະຊາຊົນ ນາຍຈ້າງກັບ ລູກຈ້າງ ເພື່ອນກັບເພື່ອນແລະບຸຄຄລທັ່ວໄປ ຮ່ວມທັ້ງມນຸສຢ໌ກັບສິ່ງແວດລ້ອມ ໃນທາງພຣະພທທສາ ສນາ ພຣະພຸທທເຈົ້າທຣົງເປັນບຸພກາຣີໃນຖານະທີ່ທຣົງສຖາປນາພຣະພຸທທສາສນາແລະທຣົງສອນ ທາງພົ້ນທຸກຂ໌ໃຫ້ແກ່ເວໄນຢ-ສັຕວ໌ ພຸທທສາສນິກຊົນ ຮູ້ພຣະຄຸນອັນນີ້ ຈຶງຕອບແທນດ້ວຍອາມິສບູຊາ ແລະປຕິບັຕິບູຊາ -ຄື ການຈັດກິຈກຣຣມໃນວັນວິສາຂບູຊາ ເປັນສ່ວນຫນຶ່ງທີ່ຊາວພຸທທສະແດງອອກ ຊຶ່ງຄວາມກຕັນຍູກຕເວທຕໍ່ພຣະອງຄ໌ ດ້ວຍການເຮັດນຸບຳຣຸງສົ່ງເສິມ ພຣະພຸທທສາສນາ ແລະປຣະພຶດ ຕິປຕິບັຕິທັມ ເພື່ອດຳຣົງອາຍຸພຣະພຸທທສາສນາສືບໄປ

 

.

 ອຣິຢສັຈ ອຣິຢສັຈ ຄື ຄວາມຈິງອັນປຣະເສ ຫມາຍເຖິ່ງ ຄວາມຈິງທີ່ບໍ່ຜັນແປຣ ເກິດມີໄດ້ແກ່ທຸກ ຄົນມີ ປຣະການ ຄື ທຸກຂ໌ ສມຸທັຢ ນິໂຣທ ມຣຣຄ (ມັຄ)

 

ທຸກຂ໌ ຄື ປັນຫາຂອງຊີວ ພຣະພຸທທເຈົ້າທຣົງ ສະແດງໄວ້ກໍເພື່ອໃຫ້ຮູ້ວ່າມນຸສຢ໌ທຸກຄົນມີທຸກຂ໌ ເຫມືອນກັນທັ້ງທຸກຂ໌ຂັ້ນພື້ນຖານແລະທຸກຂ໌ກ່ຽວກັບການດຳເນິນຊີວິຕປຣະຈຳວັນ ທຸກຂ໌ຂັ້ນ ພື້ນຖານ ຄື ທຸກຂ໌ທີ່ເກິດຈາກການເກິດ ການແກ່ ແລະການຕາຍ ສ່ວນທຸກຂ໌ທີ່ກ່ຽວກັບການດຳ ເນິນຊີວິຕປຣະຈຳ ວັນຄື ທຸກຂ໌ທີ່ເກິດຈາກການພລັດພຣາກຈາກສິ່ງທີ່ຮັກ ທຸກຂ໌ທີ່ເກິດຈາກການ ປຣະສົບກັບສິ່ງທີ່ບໍ່ເປັນ ທີ່ຮັກ ທຸກຂ໌ທີ່ເກິດຈາກການບໍ່ໄດ້ຕາມໃຈປຣາຣຖນາ ຮ່ວມທັ້ງທຸກຂ໌ທີ່ ກ່ຽວກັບການດຳເນິນຊີວິຕ ດ້ານຕ່າງ

 

ສມຸທັຢ ຄື ເຫຕຸແຫ່ງປັນຫາ ພຣະພຸທທເຈົ້າທຣົງສະແດງໄວ້ກໍເພື່ອໃຫ້ຮູ້ວ່າ ທຸກຂ໌ທັ້ງຫມົດ ຊຶ່ງເປັນປັນ ຫາຂອງຊີວິຕລ້ວນມີເຫຕຸໃຫ້ເກິດ ເຫຕຸນັ້ນ ຄື ຕັນຫາ ອັນໄດ້ແກ່ ຄວາມຢາກໄດ້ຕ່າງ ຊຶ່ງປຣະກອບໄປ ດ້ວຍ ຄວາມຢຶດມັ່ນ ……………………………ກຣຸນາ ກົດຂໍ້ຄວາມນີ້ເພື່ອຟັງທັມ

 

ນິໂຣທ ຄື ການແກ້ປັນຫາໄດ້ ພຣະພຸທທເຈົ້າທຣົງສະແດງໄວ້ກໍເພື່ອໃຫ້ຮູ້ວ່າ ທຸກຂ໌ ຄື ປັນຫາຂອງຊີວິຕ ທັ້ງຫມົດນັ້ນແກ້ໄຂໄດ້ ໂດຍການດັບຕັນຫາ ຄື ຄວາມຢາກໃຫ້ຫມົດສິ້ນ

 

ມຣຣຄ (ມັຄ) ຄື ທາງຫຼືວິທີແກ້ປັນຫາ ພຣະພຸທທເຈົ້າທຣົງສະແດງໄວ້ກໍ ເພື່ອໃຫ້ຮູ້ວ່າ ທຸກຂ໌ຄືປັນຫາ ຂອງຊີວິຕທັ້ງຫມົດທີ່ສາມາດແກ້ໄຂໄດ້ນັ້ນຕ້ອງແກ້ໄຂຕາມມຣຣຄ (ມັຄ) ມີອງຄ໌

 

.

 ຄວາມບໍ່ປຣະມາທ ຄວາມບໍ່ປຣະມາທ ຄື ການມີສຕິທັ້ງຂນະເຮັດ ຂນະເວົ້າແລະຂນະຄິດ ສຕິ ຄື ການຣະລຶກຮູ້ທັນ ທີ່ຄິດ ເວົ້າແລະເຮັດ ໃນພາຄປຕິບັຕິເພື່ອນຳມາໃຊ້ໃນຊີວິຕປຣະຈຳວັນ ຫມາຍເຖິ່ງການຣະລຶກຮູ້ທັນການເຄລື່ອນໄຫວອິຣິຢາບຖ ຄື ເດິນ ຢືນ ນັ່ງ ນອນ . ການຝຶກໃຫ້ເກິດສຕິ ເຮັດໄດ້ໂດຍຕັ້ງສຕິກຳຫນົດການເຄລື່ອນໄຫວອິຣິຢາບຖ-ຄື ຣະລຶກຮູ້ທັນໃນຂນະຢືນ ເດິນ ນັ່ງ ແລະ ນອນ ຮ່ວມທັ້ງຣະລຶກຮູ້ທັນໃນຂນະເວົ້າຂນະຄິດ ແລະຂນະເຮັດງານຕ່າງ ໃນວັນນີ້ພຸທທສາສນິກຊົນ ຕ່າງພາກັນນ້ອມຣະລຶກເຖິ່ງພຣະພຸທທເຈົ້າ ພຣະທັມ ແລະພຣະສົງຄ໌ ດ້ວຍການໄປຊຸມນຸມຕາມ ພຣະອາຣາມຕ່າງ ເພື່ອກຣະທຳການບູຊາປູຊນີຢວັຕຖຸອັນໄດ້ແກ່ ພຣະທາຕຸເຈດີຢ໌ຫຼືພຣະພຸທທປຕິມາ ທີ່ເປັນພຣະປຣະທານໃນພຣະອຸໂບສົຖຢ່າງໃດຢ່າງຫນຶ່ງ ດ້ວຍເຄື່ອງບູຊາມີດອກໄມ້ ທູປທຽນ ເປັນຕ້ນ ເຣິ່ມດ້ວຍການສັນຣ໌ເສີນຄຸນພຣະຣັຕນຕຣັຢ ດ້ວຍບົທສວດມນຕ໌ຕາມລຳດັບດັງນີ້ຄື .

 

ບົທສັນຣ໌ເສີນ ພຣະພຸທທຄຸນ

" ອິຕິປິ ໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ ວິຊຊາຈະຣະນະສັມປນໂນ ສຸຄະໂຕ ໂລກະວິທູ ອະນຸຕຕະໂຣ ປຸຣິສສະທັມມະສາຣະຖິ ສັຕຖາເທວະມນຸສສານັງ ພຸທໂທ ພະຄະວາຕິ.

 

ບົທສັນຣ໌ເສີນ ພຣະທັມຄຸນ

ສວາກຂາໂຕ ພະຄະວາ ທັມໂມ ສັນທິຕຖິໂກ ອະກາລິໂກ ເອຫິປັສສິໂກ ໂອປະນະຢິໂກ ປັຈຈັຕຕັງ ເວທິຕັພໂພ ວິຍຍູຫີຕິ.

 

ບົທສັນຣ໌ເສີນ ພຣະສັງຄຄຸນ

ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ອຸຊຸປຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ຍາຢະປດິປັນໂນ ພະຄະວະໂຕ ສາວະກະສັງໂຄ ສາມີຈິປດິປັນໂນ ພະຄະວະໂຕ ສາວະກະສັງໂຄ ຢະທິທັງ ຈັຕຕາຣິ ປຸຣິສສະ ຢຸຄານິ ອັຕຖະ ປຸຣິສະປຸຄຄະລາ ເອສະ ພະຄະວະໂຕ ສາວະກະສັງໂຄ ອາຫຸເນຢໂຢ ປາຫຸເນຢໂຢ ທັກຂິເນຢໂຢ ອັນຊະລີກະຣະນີໂຢ ອະນຸຕຕະຣັງ ປຸຍຍະເຂຕຕັງ ໂລກັສສາຕິ.

 

ຈາກນັ້ນກໍຈະ ປຣະທັກສິນ ຫຼືທີ່ເອິ້ນວ່າ ວຽນທຽນ ຮອບພຣະທາຕຸເຈດີຢ໌ ຫຼືພຣະພຸທທປຕິມາໃນ ພຣະອຸໂບສົຖ ດ້ວຍການຍ່າງວຽນຂວາສາມຮອບ ຮອບທຳອິດຈະສວດບົທສັນຣ໌ເສີນພຣະພຸທທຄຸນ ຮອບທີ່ສອງຈະສວດບົທສັນຣ໌ເສີນພຣະທັມຄຸນ ແລະຮອບທີ່ສາມສວດບົທສັນຣ໌ເສີນພຣະສັງຄຄຸນ ເມື່ອຄົບ 3 ຮອບແລ້ວຈຶງນຳດອກໄມ້ ທູປ ທຽນ ໄປບູຊາພຣະທາຕຸເຈດີຢ໌ ຫຼືພຣະພຸທທຣູປໃນ ພຣະອຸໂບສົຖ ຢູ່ ທີ່ບູຊາອັນຄວນເປັນອັນຈົບພິທີວຽນທຽນ

 

ຈາກນັ້ນກໍຈະມີການສະແດງພຣະທັມເທສນາໃນພຣະອຸໂບສົຖ ຊຶ່ງປົກຕິຈະມີເທສນ໌ ຖົມສມໂພທິ ຊຶ່ງເປັນເຣື່ອງພຣະພຸທທປຣະວັຕິຕັ້ງແຕ່ປຣະສູຕິ ຕຣັສຣູ້ ແລະປຣິນິພພານ ພິທີເຣິ່ມຕັ້ງແຕ່ປຣະຊຸມຟັງ ພຣະທຳວັຕຣສວດມນຕ໌ ແລ້ວຈຶງຟັງເທສນ໌ຊຶ່ງຈະມີໄປຮອດແຈ້ງ ວັນວິສາຂບູຊາຈຶງເປັນວັນທີ່ພຸທທສາ ສນິກຊົນ ໄດ້ບຳເພັນປຣະໂຢຊນ໌ຕົນ ແລະສືບຕໍ່ພຣະພຸທທສາສນາ ໃຫ້ດຳຣົງຄົງຢູ່ຢ່າງຖືກຕ້ອງ ເພື່ອປຣະໂຢຊນ໌ສຸຂຂອງຕົນແລະຂອງຜູ້ອື່ນຕລອດຊັ່ວກາລນານ.....

 

………ດ້ວຍຄວາມປຣາຖນາດີຂໍໃຫ້ຈະເຣີນໃນທັມໄພທູນ ອິນທວົງສ໌

 

Enter supporting content here